ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດຜະລິດລູກສອນໄຟເອີຣົບ ຈະ​ຕິດ​ຕັ້ງ​ລູກ​ສອນ​ໄຟໂຈມຕີ
ຈາກອາກາດສູ່ອາກາດ ໃສ່​ເຮລີກົບ​ແຕ ສ ເກົາຫຼີ


     ອີງ​ຕາມ​ເວັບ​ໄຊ້ asianmilitaryreview.com ໃຫ້​ຮູ້​ວັນ​ທີ 27 ຕຸລາ 2023 ນີ້​ວ່າ, ບໍລິສັດ​ຜູ້​ຜະລິດ ແລະ ພັດທະນາ​ລູກ​ສອນ​ໄຟ​ຊາດ​
ປະສົມ​ຂອງ​ເອີ​ຣົບ (MBDA) ຈະ​ຕິດ​ຕັ້ງ​ລະບົບ​ລູກ​ສອນ​ໄຟ​ໂຈມ​ຕີ​ທາງ​ອາກາດ​ສູ່​ອາກາດ Mistral (Mistral ATAM) ໃສ່​ເຮືອບິນ​ເຮລີກົບ
​ແຕ ຂອງ​ກອງ​ກຳລັງ​ປ້ອງ​ກັນ​ນ່ານ​ນ້ຳ​ທະເລ ສ.ເກົາຫຼີ.

     ທ່ານ ເອ​ຣິກ ເບ​ເຣນ​ເຈີ ຜູ້​ບໍລິຫານ​ລະດັບ​ສູງ​ຂອງ​ບໍລິສັດ​ຜະລິດ ແລະ ພັດທະນາ​ລູກ​ສອນ​ໄຟ ຊາດ​ປະສົມ​ເອີ​ຣົບ ໄດ້​ກ່າວ​ໃນ​ງານ​ວາງສະ
ແດງ​ອຸປະກອນ ການບິນ​ອະວະກາດ​ປະຈຳ​ປີ 2023 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ​ເຊ​ອຸນ ຂອງ ສ.ເກົາຫຼີ ເມື່ອວັນ​ທີ 17 ຕຸລາ​ ທີ່​ຜ່ານ​ມາ​ວ່າ: ຕົນ
​ມີ​ຄວາມ​ພູມໃຈ​ຫຼາຍ​ທີ່​ຈະ​ໄດ້​ເປັນ​ຄູ່​ຮ່ວມ​ມື​ກັນ​ອີກ​ເທື່ອ​ໜຶ່ງ​ກັບ​ບໍລິສັດ​ອຸດສາຫະກຳ​ການບິນ​ອະວະກາດ ສ.ເກົາຫຼີ ເພື່ອ​ປະກອບ​ອາວຸດ​ໃສ່​ເຮືອ
ບິນ​ສູ້​ຮົບ​ທາງ​ການ​ທະຫານ​ຂອງ ສ.ເກົາຫຼີ.

     ອີງ​ຕາມ​ຂໍ້​ມູນ​ຈາກ​ບໍລິສັດ ຜະລິດ ແລະ ພັດທະນາ​ລູກ​ສອນໄຟຊາດ​ປະສົມ​ຂອງ​ເອີ​ຣົບ ໃຫ້​ຮູ້​ວ່າ: ລູກ​ສອນ​ໄຟ​ໂຈມ​ຕີ​ຈາກ ອາກາດ​ສູ່​ອາ
ກາດ Mistral ເປັນ​ລູກ​ສ​​ອນ​ໄຟປ້ອງກັນ​ອາກາດໄລຍະ​ໃກ້ທີ່​ມີ​ລັກສະນະ​ຮູບ​ແບບ ການ​ໂຈມ​ຕີ​ຍິງ​ດັບສູນ​ເປົ້າ​ໝາຍ, ທຳລາຍ​ລ້າງ​ສູງ ແລະ ງ່າຍ​
ໃນ​ການ​ໃຊ້​ງານ. ລູກສອນໄຟ​ດັ່ງກ່າວ​ສາມາດ​ຍິງ​ໃນ​ລະດັບ​ຄວາມ​ສູງ​ຢູ່​ທີ່ 4.500 ກວ່າ​ກິໂລແມັດ. ເຮລີກົບ​ແຕ ແຕ່​ລະ​ລຳ​ຈະ​ປະກອບ​ມີ​ຖານ
​ຍິງ​ລູກ​ສອນ​ໄຟ​ຈຳນວນ 2 ຖານ, ແຕ່​ລະ​ຖານ​ມີ​ລູກ​ສອນ​ໄຟ 2 ລູກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/11/2023